ການຊິງຄ໌ (Syncing) CalDAV ແລະ CardDAV

CalDAV ແລະ CardDAV ແມ່ນໂປຣໂຕຄໍ (protocols) ສຳລັບການຊິງຄ໌ປະຕິທິນ ແລະ ລາຍຊື່ຜູ້ຕິດຕໍ່ກັບ remote server. ຜູ້ໃຫ້ບໍລິການອີເມວຫຼາຍແຫ່ງຮອງຮັບ CalDAV ແລະ CardDAV interface.

ການຊິງຄ໌ CalDAV ສາມາດຕັ້ງຄ່າໄດ້ຜ່ານແອັບປະຕິທິນ. ໃຫ້ເປີດແອັບ, ຄລິກໄອຄອນປະຕິທິນນ້ອຍໆຢູ່ມຸມຂວາເທິງ ແລະ ເລືອກ "Add internet calendar > Generic CalDAV". ໃສ່ URL ປະຕິທິນ ພ້ອມທັງຊື່ຜູ້ໃຊ້ ແລະ ລະຫັດຜ່ານ ເພື່ອສຳເລັດຂັ້ນຕອນ.

ການຊິງຄ໌ CardDAV ສາມາດຕັ້ງຄ່າໄດ້ສອງວິທີຕາມຄຳແນະນຳລຸ່ມນີ້. ເຊິ່ງວິທີເຫຼົ່ານີ້ສາມາດໃຊ້ກັບ CalDAV ໄດ້ເຊັ່ນກັນ.

ທຳອິດ, ໃຫ້ປະຕິບັດຕາມ ຄູ່ມື ນີ້ເພື່ອເປີດນຳໃຊ້ Developer Mode ແລະ ເຊື່ອມຕໍ່ຜ່ານ ADB ຫຼື SSH.

ຈາກນັ້ນເລືອກລະຫວ່າງສອງຄູ່ມືຕໍ່ໄປນີ້

  • ວິທີທີ່ສະເໜີໂດຍ Bastos77 ແລະ Vanyasem ແມ່ນຂ້ອນຂ້າງງ່າຍ, ເໝາະສຳລັບການຕັ້ງຄ່າ CalDav ຫຼື CardDAV ຈຳນວນໜ້ອຍ.

  • ວິທີທີ່ສະເໜີໂດຍ UT-itilities ມີຄຸນສົມບັດຫຼາຍກວ່າ, ມີຫຼາຍຄຳສັ່ງໃນການສ້າງ ຫຼື ລຶບການຕັ້ງຄ່າ. ເໝາະສຳລັບການຈັດການການຕັ້ງຄ່າຈຳນວນຫຼາຍໃນໜຶ່ງ ຫຼື ຫຼາຍ servers.

1. ຄູ່ມືແບບງ່າຍໆໂດຍ Bastos77 ແລະ Vanyasem

  1. ດາວໂຫຼດ ສະຄຣິບ (script) ນີ້ (ຕັ້ງຊື່ວ່າ dav.sh) ແລະ ແກ້ໄຂຕົວປ່ຽນ (variables) ຕໍ່ໄປນີ້:

    • CAL_URL

    • CONTACTS_URL

    • USERNAME

    • PASSWORD

    • CONTACT_NAME

    • CALENDAR_NAME

    • VISUAL_NAME

    • CONFIG_NAME

    • CRON_FREQUENCY

  2. Move the file to your Ubuntu Touch device, either by way of a file manager or through the use of ADB:

    adb push dav.sh /home/phablet
    
  3. Connect with the phablet shell (using adb shell) or type the following directly into the Ubuntu Touch device terminal app:

    chmod +x dav.sh
    ./dav.sh