ການປະກອບສ່ວນໃຫ້ກັບ UBports

ຍິນດີຕ້ອນຮັບ! ທ່ານອາດຈະຢູ່ທີ່ນີ້ເພາະວ່າທ່ານຕ້ອງການປະກອບສ່ວນໃຫ້ກັບ UBports. ໜ້າທີ່ທ່ານຈະພົບເຫັນຂ້າງລຸ່ມນີ້ຈະຊ່ວຍໃຫ້ທ່ານເຮັດສິ່ງນີ້ໃນແບບທີ່ເປັນປະໂຫຍດຕໍ່ທັງໂຄງການ ແລະ ຕົວທ່ານເອງ.

ຖ້າທ່ານຫາກໍເລີ່ມຕົ້ນ, ພວກເຮົາຕ້ອງການຄວາມຊ່ວຍເຫຼືອສະເໝີກັບ ການລາຍງານບັກຢ່າງລະອຽດ. ຖ້າທ່ານຮູ້ຫຼາຍພາສາ, ການແປພາສາ ກໍເປັນຈຸດເລີ່ມຕົ້ນທີ່ດີ.

ຖ້າສິ່ງເຫຼົ່ານັ້ນບໍ່ພຽງພໍສຳລັບທ່ານ, ເບິ່ງ ໜ້າການປະກອບສ່ວນຂອງພວກເຮົາ ສຳລັບການແນະນຳກຸ່ມໂຟກັດຂອງພວກເຮົາ.