Convergence¶
Convergence ແມ່ນໜຶ່ງໃນຈຸດໝາຍທີ່ Ubuntu Touch ຕ້ອງການບັນລຸ. ແອັບດຽວທີ່ມີຢູ່ໃນທຸກຂະໜາດໜ້າຈໍ ແລະ ວິທີການປ້ອນຂໍ້ມູນ, ເຊັ່ນ: ໂທລະສັບມືຖື, ແທັບເລັດ, ແລະ ແລັບທັອບ.
Convergence ໝາຍເຖິງຄວາມສາມາດໃນການໃຊ້ພື້ນຖານໂຄ້ດດຽວກັນໃນຫຼາຍຮູບແບບຮາດແວ. ອຸປະກອນຫຼາຍເຄື່ອງທີ່ໃຊ້ພື້ນຖານໂຄ້ດດຽວກັນ ຊ່ວຍໃຫ້ສາມາດພັດທະນາຟີເຈີຄັ້ງດຽວ, ແລ້ວສົ່ງໄປຍັງອຸປະກອນຫຼາຍປະເພດໄດ້. ສິ່ງນີ້ຊ່ວຍຫຼຸດຜ່ອນເວລາ ແລະ ຄ່າໃຊ້ຈ່າຍໃນການພັດທະນາ. ເປົ້າໝາຍແມ່ນເພື່ອໃຫ້ Ubuntu Touch ມອບປະສົບການທີ່ສອດຄ່ອງກັນ, ບໍ່ວ່າທ່ານຈະໃຊ້ມັນໃນໜ້າຈໍໃຫຍ່ດ້ວຍເມົ້າ ແລະ ແປ້ນພິມ ຫຼື ໃນໜ້າຈໍສຳຜັດຂະໜາດນ້ອຍ.
ຂະໜາດໜ້າຈໍ¶
ແອັບເຄື່ອງມືປັບແຕ່ງ Ubuntu Touch¶
ໜ້າຫຼັກຍັງຄົງເປັນໜ້າຫຼັກໃນໂທລະສັບ ຫຼື ຢູ່ທາງຊ້າຍໃນອຸປະກອນທີ່ມີໜ້າຈໍໃຫຍ່ກວ່າ. ໜ້າເພີ່ມເຕີມໃນໂທລະສັບ, ສາມາດສະແດງໃນຂະໜາດທີ່ແຕກຕ່າງກັນຢູ່ທາງຂວາໃນໜ້າຈໍທີ່ໃຫຍ່ກວ່າ.
ວິທີການປ້ອນຂໍ້ມູນ¶
ການໃຊ້ການສຳຜັດ, ຜູ້ໃຊ້ສາມາດປັດ ຫຼື ກົດຄ້າງໄວ້ທີ່ລາຍການເພື່ອເປີດເມນູຄຳສັ່ງ. ການໃຊ້ຕົວຊີ້ (ເມົ້າ ຫຼື trackpad) ຜູ້ໃຊ້ສາມາດຄລິກຂວາໃສ່ລາຍການເພື່ອເປີດເມນູຄຳສັ່ງ. ການໃຊ້ແປ້ນພິມ ຜູ້ໃຊ້ສາມາດໂຟກັສໃສ່ລາຍການທີ່ຕ້ອງການ ແລະ ກົດປຸ່ມ MENU ເພື່ອເປີດເມນູຄຳສັ່ງ.