Native apps¶
ວິທີທີ່ແນະນຳໃນການສ້າງ native application ໃນ Ubuntu Touch ແມ່ນການໃຊ້ Qt framework (ເວີຊັນປັດຈຸບັນຕັ້ງແຕ່ Xenial OTA-16 ແມ່ນ Qt 5.12.9). ທ່ານບໍ່ຈຳເປັນຕ້ອງຍຶດຕິດກັບຮູບແບບ C++<->QML Qt ແບບດັ້ງເດີມ, ທ່ານສາມາດໃຊ້ Python, Go, Rust ຫຼື ແມ່ນແຕ່ Javascript ສຳລັບ backend ຂອງທ່ານໄດ້.
Ubuntu Touch ສະໜອງຊຸດຍ່ອຍຂອງອົງປະກອບ Qt QML ເພື່ອອຳນວຍຄວາມສະດວກໃນການພັດທະນາແອັບຂອງທ່ານ : QML API ແລະ ໄອຄອນ: Suru Icons, ແຕ່ທ່ານຍັງສາມາດສົ່ງແອັບຂ້າມແພລັດຟອມຂອງທ່ານໂດຍໃຊ້ອົງປະກອບມາດຕະຖານ Qt QML QtQuick2 ໄດ້.
ທ່ານສາມາດໃຊ້ Clickable ເພື່ອອຳນວຍຄວາມສະດວກໃນການເຮັດ Packaging, deploying, publishing ແລະ tests.
ກວດເບິ່ງຂໍ້ມູນກ່ຽວກັບແພລັດຟອມ ແລະ ຮູບແບບ confinement ໃນພາກ Platform