ແອັບ Android¶
Waydroid ແມ່ນຄອນເທນເນີ Android ຂະໜາດນ້ອຍ ແລະ ຊັ້ນຄວາມເຂົ້າກັນໄດ້ ເພື່ອໃຫ້ສາມາດແລ່ນແອັບ Android ເທິງລະບົບປະຕິບັດການ GNU/Linux ເຊັ່ນ Ubuntu Touch ໄດ້.
Note
ທ່ານຈຳເປັນຕ້ອງໃຊ້ຄຳສັ່ງໃນອຸປະກອນ Ubuntu Touch (ຜ່ານແອັບ Terminal ຫຼື ທາງໄກຜ່ານ ADB/SSH) ເພື່ອເລີ່ມການເຮັດວຽກຂອງ Waydroid, ຕິດຕັ້ງໄຟລ໌ APK ແລະ ຖອນການຕິດຕັ້ງແອັບ.
ຂໍ້ຈຳກັດ¶
ກ່ອນການຕິດຕັ້ງ Waydroid, ກະລຸນາຮັບຊາບວ່າ ຍັງມີຂໍ້ຈຳກັດໃນການຮອງຮັບ ແລະ ການເຮັດວຽກຮ່ວມກັນບາງຢ່າງ:
ຫຼັງຈາກຕິດຕັ້ງ Waydroid, ທ່ານອາດຈະສັງເກດເຫັນວ່າແບັດເຕີຣີໝົດໄວຂຶ້ນ. ເພື່ອແກ້ໄຂບັນຫານີ້, ທ່ານສາມາດຢຸດການເຮັດວຽກຂອງ Waydroid ດ້ວຍຕົນເອງເມື່ອບໍ່ໄດ້ໃຊ້ງານ.
ບໍ່ແມ່ນທຸກແອັບ Android ຈະສາມາດໃຊ້ງານໄດ້. ແອັບທີ່ຕ້ອງການບໍລິການ Google Play Integrity ຫຼື SafetyNet ເຊັ່ນ ແອັບທະນາຄານ, ມັກຈະບໍ່ສາມາດໃຊ້ງານໄດ້.
ບັນຫາອາດເກີດຂຶ້ນຫາກທັງ Ubuntu Touch ແລະ Waydroid ຕ້ອງການໃຊ້ອຸປະກອນຮ່ວມກັນໃນເວລາດຽວກັນ, ເຊັ່ນ ການເຂົ້າເຖິງກ້ອງຖ່າຍຮູບບໍ່ໄດ້ຮັບອະນຸຍາດ.
ວິທີການຕັ້ງຄ່າ¶
ອຸປະກອນທີ່ໃຊ້ Halium 9 ຂຶ້ນໄປ ຈະມາພ້ອມກັບ Waydroid ໃນ Ubuntu Touch Focal (20.04). ຫາກອຸປະກອນຂອງທ່ານຕົງກັບເງື່ອນໄຂ, ສາມາດເຮັດຕາມຂັ້ນຕອນດັ່ງນີ້:
ເປີດ Shell ໃນອຸປະກອນ Ubuntu Touch (ທາງໄກດ້ວຍ ADB/SSH ຫຼື ຜ່ານແອັບ Terminal ໃນເຄື່ອງ).
ໃຊ້ຄຳສັ່ງ:
waydroid init.ສຳເລັດ! ທ່ານອາດຈະຕ້ອງຣີເຟຣຊລາຍຊື່ແອັບ (ດຶງໜ້າຈໍລົງແລ້ວປ່ອຍ) ເພື່ອໃຫ້ແອັບ Android ໃໝ່ປາກົດຂຶ້ນ.
ວິທີການຕິດຕັ້ງໄຟລ໌ APK ໃໝ່¶
ສຳເນົາໄຟລ໌ APK ໄປໄວ້ທີ່
/home/phablet/Downloadsໃນອຸປະກອນຂອງທ່ານ.ເປີດ Shell ໃນອຸປະກອນ Ubuntu Touch (ທາງໄກດ້ວຍ ADB/SSH ຫຼື ຜ່ານແອັບ Terminal ໃນເຄື່ອງ).
ໃຊ້ຄຳສັ່ງ:
waydroid app install /home/phablet/Downloads/my-app.apkສຳເລັດ! ທ່ານອາດຈະຕ້ອງຣີເຟຣຊລາຍຊື່ແອັບ (ດຶງໜ້າຈໍລົງແລ້ວປ່ອຍ) ເພື່ອໃຫ້ແອັບ Android ໃໝ່ປາກົດຂຶ້ນ.
ການໃຊ້ຮ້ານຄ້າແອັບໃນ Waydroid¶
ທ່ານສາມາດຕິດຕັ້ງຮ້ານຄ້າແອັບ ເຊັ່ນ F-Droid ຫຼື Amazon Appstore ເພື່ອຕິດຕັ້ງ ແລະ ອັບເດດແອັບຕ່າງໆ. ທ່ານສາມາດດາວໂຫຼດໄດ້ທີ່ນີ້:
F-Droid: https://f-droid.org/
Amazon Appstore: https://www.amazon.com/gp/mas/get-appstore/android
ໝາຍເຫດ: ລະບົບ Waydroid ຈະບໍ່ອັບເດດແອັບໃຫ້ໂດຍອັດຕະໂນມັດ. ທ່ານຕ້ອງເປີດຮ້ານຄ້າແອັບ ແລະ ກວດສອບການອັບເດດດ້ວຍຕົນເອງ. ນອກຈາກນັ້ນ, ທ່ານຕ້ອງອະນຸຍາດການຕິດຕັ້ງແຕ່ລະຄັ້ງດັ່ງນີ້:
ຄົ້ນຫາແອັບທີ່ຕ້ອງການຕິດຕັ້ງ ຫຼື ອັບເດດ
ກົດປຸ່ມຕິດຕັ້ງ ຫຼື ອັບເດດ
ລໍຖ້າໃຫ້ດາວໂຫຼດສຳເລັດ, ຈະມີປ໊ອບອັບໃຫ້ຢືນຢັນການຕິດຕັ້ງ
ກົດປຸ່ມຕິດຕັ້ງໃນປ໊ອບອັບດັ່ງກ່າວ
ສຳລັບຜູ້ໃຊ້ຂັ້ນສູງ, ສາມາດແກ້ໄຂໄດ້ໂດຍການສ້າງ Waydroid Image ແບບກຳນົດເອງທີ່ຕິດຕັ້ງຮ້ານຄ້າແອັບມາໃຫ້ແລ້ວ.
ວິທີການຖອນການຕິດຕັ້ງແອັບ¶
ເປີດ Shell ໃນອຸປະກອນ Ubuntu Touch (ທາງໄກດ້ວຍ ADB/SSH ຫຼື ຜ່ານແອັບ Terminal ໃນເຄື່ອງ).
ການຖອນການຕິດຕັ້ງແອັບຜ່ານ Shell ໃຫ້ໃຊ້ຄຳສັ່ງ:
adb uninstall [ລະຫັດແອັບ]ຫຼືໃຊ້ຄຳສັ່ງ:
waydroid app remove [ລະຫັດແອັບ](ກວດສອບລະຫັດແອັບໄດ້ດ້ວຍຄຳສັ່ງ 'waydroid app list')ສຳເລັດ! ທ່ານອາດຈະຕ້ອງຣີເຟຣຊລາຍຊື່ແອັບ ເພື່ອໃຫ້ໄອຄອນແອັບທີ່ຖອນໄປແລ້ວຫາຍໄປ.
Note
ຫາກທ່ານໃຊ້ຮ້ານຄ້າແອັບ, ທ່ານກໍສາມາດຖອນການຕິດຕັ້ງຜ່ານຮ້ານຄ້ານັ້ນໆໄດ້ເລີຍ
ການເຂົ້າເຖິງບ່ອນເກັບຂໍ້ມູນ Android¶
ບ່ອນເກັບຂໍ້ມູນ Android ຈະຢູ່ທີ່: /home/phablet/.local/share/waydroid/data/media/0.
Links to android libraries can be made in their respective XDG counterparts:
ln -s ~/.local/share/waydroid/data/media/0/Documents ~/Documents/android ln -s ~/.local/share/waydroid/data/media/0/Pictures ~/Pictures/android ln -s ~/.local/share/waydroid/data/media/0/Music ~/Music/android ln -s ~/.local/share/waydroid/data/media/0/Movies ~/Videos/android
ການແກ້ໄຂບັນຫາ¶
ຫາກພົບຂໍ້ຜິດພາດ
Invalid APK fileໃນເວລາຕິດຕັ້ງ, ອາດຈະເປັນຍ້ອນຊອກຫາໄຟລ໌ບໍ່ເຫັນ. ໃຫ້ກວດສອບດັ່ງນີ້:ກວດສອບວ່າພິມຊື່ໄຟລ໌ຖືກຕ້ອງຫຼືບໍ່.
If the APK does not reside in the folder you are in when you run adb, you have to specify the full path, e.g.
/home/phablet/Downloads/my-app.apkinstead of justmy-app.apk
ການລາຍງານຂໍ້ຜິດພາດ (Bugs)¶
ກະລຸນາ ລາຍງານຂໍ້ຜິດພາດ ທີ່ທ່ານພົບ. ສຳລັບບັນຫາຂອງ Ubuntu Touch ໃຫ້ລາຍງານທີ່ Ubuntu Touch tracker ແລະ ບັນຫາຂອງ Waydroid ໃຫ້ລາຍງານທີ່ Waydroid issue tracker. ຂໍຂອບໃຈ!