ບົດນຳ¶
ການພອດ (Porting) ແມ່ນຂະບວນການເຮັດໃຫ້ Ubuntu Touch ສາມາດໃຊ້ງານເທິງຮາດແວໃໝ່ໆທີ່ບໍ່ເຄີຍຮອງຮັບມາກ່ອນ.
ອຸປະກອນສ່ວນໃຫຍ່ໃນທ້ອງຕະຫຼາດມັກຈະມີສ່ວນປະກອບຫຼັກທີ່ບໍ່ແມ່ນໂອເພນຊອດ ແລະ ມີຄວາມສະເພາະເຈາະຈົງສຳລັບແຕ່ລະລຸ້ນ.
ການພອດ Ubuntu Touch ຄືການສ້າງລະບົບໃຫ້ສາມາດລວມເຂົ້າກັບສ່ວນປະກອບທີ່ມີລິຂະສິດເຫຼົ່ານັ້ນ ເພື່ອໃຫ້ລະບົບສາມາດ "ຕິດຕໍ່" ກັບຮາດແວຂອງອຸປະກອນໄດ້.
ກ່ອນທີ່ຈະເລີ່ມພອດ, ມີບາງສິ່ງທີ່ຕ້ອງທຳຄວາມເຂົ້າໃຈ ແລະ ຕ້ອງໄດ້ຕັ້ງຄ່າສະພາບແວດລ້ອມການສ້າງທີ່ເໝາະສົມ.