ໜ່ວຍວັດແທກ

ວິທີການທີ່ບໍ່ຂຶ້ນກັບຄວາມລະອຽດ

ຈຸດປະສົງຂອງຄວາມເປັນອິດສະຫຼະຈາກຄວາມລະອຽດ (resolution independence) ແມ່ນເພື່ອເຮັດໃຫ້ ສ່ວນຕິດຕໍ່ຜູ້ໃຊ້ແບບກຣາບຟິກໃນ Ubuntu Touch ສາມາດປັບຂະໜາດໄປສູ່ທຸກຮູບແບບອຸປະກອນທີ່ Ubuntu Touch ເປົ້າໝາຍໃສ່: ໂທລະສັບ, ແທັບເລັດ, ແລັບທັອບ ແລະ ເດັສທັອບ. ວິທີການທີ່ໃຊ້ນີ້ ແມ່ນການລວມເອົາຄວາມງ່າຍດາຍສຳລັບນັກອອກແບບ ແລະ ນັກພັດທະນາ ເຂົ້າກັບຄວາມຊັດເຈນທາງສາຍຕາ, ຄຸນນະພາບ ແລະ ການນຳໃຊ້ງານໄດ້ຈິງ.

ໜ່ວຍວັດແທກ

ໜ່ວຍຕາຕະລາງ (Grid Unit)

ໜ່ວຍວັດແທກທີ່ເອີ້ນວ່າ grid unit ຖືກກຳນົດຂຶ້ນ, ຫຍໍ້ວ່າ gu. ເຊິ່ງ 1 grid unit ຈະໝາຍເຖິງຈຳນວນພິກເຊວທີ່ແນ່ນອນ ຂຶ້ນກັບປະເພດຂອງໜ້າຈໍທີ່ສ່ວນຕິດຕໍ່ຜູ້ໃຊ້ກຳລັງສະແດງຢູ່. ຕົວຢ່າງ: ໃນຄອມພິວເຕີແລັບທັອບ, 1 grid unit ໂດຍທົ່ວໄປຈະໝາຍເຖິງ 8 ພິກເຊວ. ຈຳນວນພິກເຊວຕໍ່ grid unit ຖືກເລືອກເພື່ອຮັກສາຂະໜາດທີ່ເບິ່ງເຫັນໄດ້ຂອງອົງປະກອບ UI ແລະ ດັ່ງນັ້ນຈຶ່ງຂຶ້ນກັບຄວາມໜາແໜ້ນຂອງໜ້າຈໍ ແລະ ໄລຍະຫ່າງທີ່ຜູ້ໃຊ້ອຢູ່ກັບໜ້າຈໍ. ພວກເຮົາຍັງຮັບປະກັນວ່າ 1 grid unit ຈະເປັນຈຳນວນເຕັມຂອງພິກເຊວສະເໝີ.

ອຸປະກອນ

ການແປງ

ແລັບທັອບສ່ວນໃຫຍ່

1 gu = 8 px

ແລັບທັອບ High DPI

1 gu = 16 px

ໂທລະສັບທີ່ມີໜ້າຈໍ 4 ນິ້ວ ຄວາມລະອຽດ HD (ປະມານ 720x1,280 ພິກເຊວ)

1 gu = 18 px

ແທັບເລັດທີ່ມີໜ້າຈໍ 10 ນິ້ວ ຄວາມລະອຽດ HD (ປະມານ 720x1,280 ພິກເຊວ)

1 gu = 10 px

ໜ່ວຍຄວາມໜາແໜ້ນ

ເປັນກໍລະນີພິເສດ, ເພື່ອຮອງຮັບກໍລະນີທີ່ຫາຍາກທີ່ຕ້ອງການການວັດແທກໜ້ອຍກວ່າ 1 gu ຈຶ່ງມີອີກໜ່ວຍໜຶ່ງໃຫ້ໃຊ້: density independent pixel, ຫຍໍ້ວ່າ dp. ໂດຍທົ່ວໄປແລ້ວ 1 dp ຈະເທົ່າກັບ 1 ພິກເຊວໃນແລັບທັອບ ແລະ ໂທລະສັບມືຖື ຫຼື ແທັບເລັດທີ່ມີຄວາມໜາແໜ້ນຕໍ່າ.

ການນຳໃຊ້

Item {
  width:  units.gu(2)
  height: units.dp(1)
}

ຂະໜາດອຸປະກອນ

Grid Units ຂອງອຸປະກອນ

ຄວາມກວ້າງ

ຄວາມສູງ

E5 (ແນວຕັ້ງ)

42

72

M10 HD (ແນວນອນ)

160

97

M10 FHD (ແນວນອນ)

148

89

N5 (ແນວຕັ້ງ)

47

80