Kernel ແລະ Hardware Abstraction¶
ໜ້ານີ້ລວມຂໍ້ມູນການສ້າງ kernel ແລະ HAL ສຳລັບອຸປະກອນ UT ເຊິ່ງຈະເປັນປະໂຫຍດຫາກທ່ານຕ້ອງການແກ້ໄຂ:
ບັນຫາທີ່ກ່ຽວຂ້ອງກັບຮາດແວ (ກ້ອງ, ເຊັນເຊີ, ວິທະຍຸ)
ບັນຫາທີ່ກ່ຽວຂ້ອງກັບ Linux kernel
ບັນຫາທີ່ກ່ຽວຂ້ອງກັບຂະບວນການອັບເກຣດ system-image
This document is not useful if you would like to modify ແອັບຯທີ່ຕິດຕັ້ງໄວ້ລ່ວງໜ້າ or System software. See the respective documentation for each.
ອຸປະກອນ Ubuntu Touch ຖືກແບ່ງອອກເປັນຫຼາຍກຸ່ມຕາມວິທີການໃຊ້ kernel ແລະ HAL:
ພອດທີ່ອີງຕາມ Android 5.1
ພອດທີ່ອີງຕາມ Halium
Linux kernel
ພອດທີ່ອີງຕາມ Android 5.1¶
ພອດ Android 5.1 ຈະໃຊ້ Linux kernel ບວກກັບລະບົບ Android ຂະໜາດນ້ອຍເພື່ອເປີດໃຊ້ຮາດແວ. Kernel ຂອງແຕ່ລະລຸ້ນມັກຈະຖືກດັດແກ້ຫຼາຍ ແລະ ອີງຕາມເວີຊັນທີ່ເກົ່າ.
ບາງອຸປະກອນມີ CI ຊ່ວຍສ້າງ, ແຕ່ບາງລຸ້ນຕ້ອງສ້າງເອງ. ສ່ວນອຸປະກອນ Bq ແລະ Meizu ບໍ່ມີຊອດໂຄ້ດ device tree ໃຫ້ໃຊ້.
- ມີ CI
Nexus 5 (hammerhead)
OnePlus One (bacon)
Fairphone 2 (FP2)
- ສ້າງດ້ວຍຕົນເອງ (Manual builds)
Nexus 4 (mako)
Nexus 7 2013 Wifi (flo)
ຂັ້ນຕອນລະອຽດສຳລັບອຸປະກອນທີ່ມີ CI ສາມາດອ່ານໄດ້ທີ່ hammerhead, bacon ແລະ FP2.
For the Nexus 7 2013 Wifi (flo) head over to the Community Ports repository for flo.
ພອດ Nexus 7 (deb) ບໍ່ມີ repository ແລ້ວ ດັ່ງນັ້ນຈຶ່ງຖືວ່າເປັນ prebuilt binary.
ສິ່ງທີ່ຕ້ອງເຮັດ (Todo)
ບັນທຶກຂະບວນການສຳລັບ Nexus 4 (mako)
ພອດທີ່ອີງຕາມ Halium¶
Newer ports to Android devices are based on Halium. In some aspects Halium is similar to the 5.1 based ports:
ຍັງໃຊ້ Linux kernel ທີ່ດັດແກ້ມາຈາກຜູ້ຜະລິດຄືເກົ່າ.
ຍັງໃຊ້ລະບົບ Android ຂະໜາດນ້ອຍເພື່ອເປີດໃຊ້ຮາດແວ.
ແຕ່ Halium ຈະມີວິທີພອດທີ່ເປັນມາດຕະຖານກວ່າ ເຮັດໃຫ້ແບ່ງປັນວຽກຮ່ວມກັບໂຄງການອື່ນໆໄດ້ ແລະ ອີງຕາມ Android 7.1 ຂຶ້ນໄປ.
Some examples of Halium ports are those for Sony Xperia X and Oneplus 3. Basically all devices that are listed on devices.ubuntu-touch.io, expect those explicitly mentioned above as 5.1, or below as Linux based ports.
All new ports of UT to Android devices should follow the Halium process. Further details can be found under Halium porting
ພອດທີ່ອີງຕາມ Linux¶
ໝາຍເຖິງອຸປະກອນທີ່ໃຊ້ Linux kernel ແທ້ໆ ໂດຍບໍ່ມີສ່ວນປະກອບຂອງ Android ເລີຍ:
Librem 5 (librem5)
Pinebook (pinebook)
Raspberry Pi (rpi) (see also this blog post)