ການແປພາສາ

ເຖິງແມ່ນວ່າພາສາອັງກິດ ຈະເປັນພາສາພື້ນຖານຢ່າງເປັນທາງການສຳລັບທຸກໂຄງການ UBports, ພວກເຮົາເຊື່ອວ່າທ່ານມີສິດທີ່ຈະໃຊ້ມັນໃນພາສາໃດກໍ່ຕາມທີ່ທ່ານຕ້ອງການ.

ພວກເຮົາກຳລັງເຮັດວຽກຢ່າງໜັກເພື່ອໃຫ້ບັນລຸເປົ້າໝາຍນັ້ນ, ແລະ ທ່ານກໍ່ສາມາດຊ່ວຍໄດ້ເຊັ່ນກັນ. ທ່ານສາມາດຕັດສິນໃຈເອງວ່າ ຈະໃຊ້ເວລາຫຼາຍປານໃດໃນການແປພາສາ. ຕັ້ງແຕ່ນາທີຈົນເຖິງຊົ່ວໂມງ, ທຸກຢ່າງລ້ວນແຕ່ມີຄ່າ.

ຂໍ້ຄວາມຖືກແປແນວໃດ (ພື້ນຖານທາງດ້ານເຕັກນິກ)

ແອັບສ່ວນໃຫຍ່ທີ່ແລ່ນໃນ Ubuntu Touch ຈະນຳໃຊ້ GNU gettext ສຳລັບການແປພາສາ. ໄຟລ໌ແມ່ແບບ .pot ຈະບັນຈຸຂໍ້ຄວາມ (strings) ຂອງແອັບ. ຈາກແມ່ແບບນີ້, ໄຟລ໌ .po ແຕ່ລະອັນຈະຖືກສ້າງຂຶ້ນສຳລັບທຸກພາສາ. ໄຟລ໌ .po ເຫຼົ່ານັ້ນຈະບັນຈຸການແປຕົວຈິງ. ເພື່ອເພີ່ມພາສາໃໝ່, ຕ້ອງໄດ້ສ້າງໄຟລ໌ .po ໃໝ່ຂຶ້ນມາ. ໃນການແປຂໍ້ຄວາມ, ຕ້ອງໄດ້ແກ້ໄຂໄຟລ໌ .po. ໂດຍການປ້ອນການແປທີ່ເໝາະສົມ ລົງໄປຖັດຈາກຂໍ້ຄວາມຕົ້ນສະບັບ (ສ່ວນຫຼາຍແມ່ນພາສາອັງກິດ) ຕາມຮູບແບບ syntax ຂອງໄຟລ໌ .po gettext. ບາງແອັບກໍ່ນຳໃຊ້ QtLinguist ສຳລັບການແປ. ເຊິ່ງມັນຈະປະຕິບັດຕາມຫຼັກການດຽວກັນ ແຕ່ພຽງນຳໃຊ້ໄຟລ໌ .ts ສຳລັບການແປທີ່ມີ syntax ອື່ນ. ໂດຍຈະນຳໃຊ້ໄຟລ໌ .ts ໄຟລ໌ດຽວເປັນແມ່ແບບ.

ພາຍໃນແອັບ, ຂໍ້ຄວາມຈະຖືກໝາຍດ້ວຍວິທີນີ້ i18n.tr("string") ເມື່ອໃຊ້ gettext ຫຼື ແບບນີ້ tr("string") ເມື່ອໃຊ້ QtLinguist. ເມື່ອແອັບຖືກ build, ຂໍ້ຄວາມທີ່ສາມາດແປໄດ້ເຫຼົ່ານັ້ນ ຈະຖືກສະກັດອອກມາ ແລະ ຂຽນລົງໃນໄຟລ໌ແມ່ແບບ .pot ຫຼື .ts. ຈາກນັ້ນ ໄຟລ໌ພາສາ .po ແລະ .ts ຈຳເປັນຕ້ອງໄດ້ຮັບການອັບເດດຈາກແມ່ແບບຂອງພວກມັນ.

ເມື່ອຂໍ້ຄວາມໄດ້ຖືກແປແລ້ວ, ພວກມັນຈະຖືກເຮັດໃຫ້ພ້ອມໃຊ້ງານສຳລັບຜູ້ໃຊ້ ໃນການປ່ອຍແອັບເວີຊັນໃໝ່.

ວິທີການແປພາສາ

ມີສາມວິທີທີ່ນິຍົມໃຊ້ໃນການແປແອັບ:

  • Weblate: ແມ່ນເຄື່ອງມືແປພາສາຜ່ານເວັບ. ແອັບຂອງ UBports ທີ່ນຳໃຊ້ Weblate ສາມາດແປໄດ້ທີ່ ກະດານໂຄງການແປຂອງ UBports ແລະ ກະດານໂຄງການແປຂອງ Lomiri. ຈະມີການໂອນຍ້າຍຂໍ້ຄວາມໃໝ່ໂດຍອັດຕະໂນມັດ ຈາກບ່ອນເກັບຊອບແວຂອງແອັບໄປຍັງ Weblate. ແລະ ຂໍ້ຄວາມທີ່ແປແລ້ວຈະຖືກສົ່ງກັບຄືນມາເປັນ commit ໄປຍັງບ່ອນເກັບຊອບແວ ຈາກ Weblate.

  • Editor: ແມ່ນການແປໂດຍການແກ້ໄຂໄຟລ໌ .po ດ້ວຍຕົວແກ້ໄຂຂໍ້ຄວາມທີ່ທ່ານເລືອກ, ໂດຍນຳໃຊ້ບັນຊີ GitHub/GitLab. ໄຟລ໌ .po/.ts ສຳລັບແຕ່ລະໂຄງການ ຈະຢູ່ໃນບ່ອນເກັບຊອບແວຂອງພວກເຂົາໃນ ອົງກອນ GitLab ຂອງພວກເຮົາ ຫຼື ໃນ ອົງກອນ GitHub ຂອງພວກເຮົາ. ຫຼັງຈາກການແປແລ້ວ, ນັກແປຈະທຳການ commit ການແປໃໝ່ໄປຍັງບ່ອນເກັບຊອບແວຂອງແອັບ ໂດຍທົ່ວໄປແມ່ນຜ່ານການເປີດ merge request/pull request.

  • Team translation: ພວກເຮົາຍັງມີ ເວທີສົນທະນາການແປ (Translation Forum) ເພື່ອປຶກສາຫາລືກ່ຽວກັບການແປ Ubuntu Touch ແລະ ແອັບຫຼັກຂອງມັນ. ບາງໂຄງການກໍ່ນຳໃຊ້ກຸ່ມ Telegram ຫຼື Matrix ເຊັ່ນກັນ, ແລະ ບາງທີມກໍ່ຍັງຄົງນຳໃຊ້ໂຄງສ້າງ Ubuntu Launchpad ຢູ່.

ແອັບຫຼັກ ແລະ ບາງແອັບຊຸມຊົນເຊັ່ນ Dekko ຫຼື TELEports ໂດຍທົ່ວໄປແມ່ນນຳໃຊ້ Weblate ສຳລັບການແປ. ນີ້ແມ່ນວິທີທີ່ແນະນຳໃນການແປ ເພາະມັນບໍ່ຈຳເປັນຕ້ອງມີທັກສະໃນການຂຽນໂປຣແກຣມ. ກະລຸນາເບິ່ງທີ່ ກະດານໂຄງການແປຂອງ UBports ແລະ ກະດານໂຄງການແປຂອງ Lomiri. ເມື່ອນຳໃຊ້ Weblate ຫ້າມແກ້ໄຂໄຟລ໌ .po ດ້ວຍຕົນເອງ. ການ commit ໄຟລ໌ .po ທີ່ຖືກແກ້ໄຂດ້ວຍຕົນເອງ ອາດຈະເຮັດໃຫ້ຂະບວນການແປອັດຕະໂນມັດເສຍຫາຍໄດ້.

ແອັບສ່ວນໃຫຍ່ທີ່ເບິ່ງແຍງໂດຍນັກພັດທະນາແຕ່ລະບຸກຄົນ ແມ່ນຈະນຳໃຊ້ໄຟລ໌ .pot/.po ເປັນຫຼັກສຳລັບການແປ. ເຊິ່ງໂດຍທົ່ວໄປແລ້ວ ພວກມັນຈຳເປັນຕ້ອງໄດ້ຮັບການແກ້ໄຂດ້ວຍຕົນເອງ ແລະ commit ໄປຍັງບ່ອນເກັບຊອບແວຂອງແອັບ.

ວິທີການ

Hosted Weblate

ທ່ານສາມາດໄປທີ່ ກະດານໂຄງການແປຂອງ UBports ຫຼື ກະດານໂຄງການແປຂອງ Lomiri, ເລືອກໂຄງການ, ແລະ ເລີ່ມຕົ້ນການໃຫ້ຄຳແນະນຳແບບບໍ່ລະບຸຕົວຕົນ ໂດຍບໍ່ຈຳເປັນຕ້ອງລົງທະບຽນ. ແຕ່ຖ້າທ່ານຕ້ອງການບັນທຶກການແປຂອງທ່ານ, ທ່ານຕ້ອງເຂົ້າສູ່ລະບົບກ່ອນ.

ສຳລັບການນັ້ນ, ໃຫ້ໄປທີ່ UBports Weblate ແລະ ຄລິກທີ່ປຸ່ມ "Register". ເມື່ອຢູ່ໃນໜ້າ "Registration", ທ່ານຈະພົບເຫັນສອງທາງເລືອກ:

  • ລົງທະບຽນໂດຍນຳໃຊ້ທີ່ຢູ່ອີເມວທີ່ຖືກຕ້ອງ, ຊື່ຜູ້ໃຊ້, ແລະ ຊື່ເຕັມຂອງທ່ານ. ທ່ານຈະຕ້ອງຕອບຄຳຖາມກວດສອບງ່າຍໆອີກດ້ວຍ.

  • ລົງທະບຽນໂດຍນຳໃຊ້ການລົງທະບຽນຂອງບຸກຄົນທີສາມ. ປັດຈຸບັນ ລະບົບຮອງຮັບບັນຊີຈາກ openSUSE, GitHub, Fedora, ແລະ Ubuntu.

ເມື່ອທ່ານເຂົ້າສູ່ລະບົບແລ້ວ, ເວັບໄຊທ໌ຈະມີຄຳອະທິບາຍໃນຕົວຂອງມັນເອງ ແລະ ຢູ່ທີ່ນັ້ນ ທ່ານຈະພົບເຫັນທຸກທາງເລືອກ ແລະ ການປັບແຕ່ງທີ່ທ່ານສາມາດເຮັດໄດ້.

ບາດນີ້, ມາລົງມືເຮັດເລີຍ. ຂັ້ນຕອນທຳອິດແມ່ນການຄົ້ນຫາວ່າ ພາສາຂອງທ່ານມີຢູ່ແລ້ວໃນໂຄງການທີ່ທ່ານເລືອກຫຼືບໍ່. ຖ້າພາສາຂອງທ່ານບໍ່ທັນມີສຳລັບໂຄງການສະເພາະໃດໜຶ່ງ, ທ່ານສາມາດເພີ່ມມັນໄດ້ດ້ວຍຕົນເອງ.

ຕົວແກ້ໄຂໄຟລ໌ .po/.ts

ຖ້າທ່ານຕ້ອງການເຮັດວຽກກັບໄຟລ໌ .po/.ts ໂດຍກົງ ທ່ານຕ້ອງໝັ້ນໃຈວ່າທ່ານຮູ້ໃນສິ່ງທີ່ທ່ານກຳລັງເຮັດຢູ່. ສິ່ງທຳອິດທີ່ທ່ານຄວນຈື່ໄວ້ສະເໝີຄື:

Warning

ຫ້າມ commit ໄຟລ໌ .po ໄປຍັງໂຄງການທີ່ຖືກແປໂດຍນຳໃຊ້ Weblate ຢ່າງເດັດຂາດ. ສິ່ງນີ້ອາດຈະເຮັດໃຫ້ຂະບວນການແລກປ່ຽນການແປທັງໝົດກັບ Weblate ເສຍຫາຍໄດ້.

ດັ່ງທີ່ໄດ້ກ່າວມາຂ້າງເທິງ, ທ່ານຕ້ອງມີຕົວແກ້ໄຂໄຟລ໌ທີ່ທ່ານເລືອກ ແລະ ບັນຊີ GitHub/GitLab ເພື່ອແປໄຟລ໌ .po/.ts ໂດຍກົງ. ທາງທີ່ດີ ທ່ານຄວນຈະມີການຕັ້ງຄ່າ clickable ໄວ້ແລ້ວ ແລະ ຮູ້ວິທີການ build ແອັບ.

There are online gettext .po editors and those you can install on your computer. You can choose whatever editor you want, but we prefer to work with free software only. There are too many plain text editors and tools to help you translate .po/.ts files to list here.

Note

ເພື່ອການແປທີ່ມີຄຸນນະພາບສູງ, ແນະນຳໃຫ້ປະຕິບັດຕາມທຸກຂັ້ນຕອນທີ່ໃຫ້ໄວ້ລຸ່ມນີ້. ແຕ່ຖ້າທ່ານບໍ່ຄຸ້ນເຄີຍກັບການ build ແອັບໂດຍນຳໃຊ້ clickable, ໃຫ້ຂ້າມຂັ້ນຕອນທີ 4 ຫາ 6 ໄປກ່ອນ. ຢ່າງໃດກໍ່ຕາມ, ທ່ານອາດຈະບໍ່ສາມາດແປຂໍ້ຄວາມຫຼ້າສຸດໄດ້ ແລະ ທ່ານຈະບໍ່ຮູ້ວ່າຂໍ້ຄວາມນັ້ນພໍດີກັບໂຄງຮ່າງ (layout) ຂອງແອັບຫຼືບໍ່.

ວິທີການດຳເນີນການ:

  1. Fork ບ່ອນເກັບຊອບແວຂອງແອັບ ເຂົ້າໃນບັນຊີ GitHub ຫຼື GitLab ຂອງທ່ານ

  2. Clone ບ່ອນເກັບຊອບແວມາມາໄວ້ໃນເຄື່ອງ ຫຼື ນຳໃຊ້ຕົວແກ້ໄຂອອນລາຍຂອງ GitLab

  3. (ທາງເລືອກ) ສ້າງ branch ໃໝ່ສຳລັບການແປ

  4. Build ແອັບໂດຍນຳໃຊ້ clickable ເພື່ອໃຫ້ໄດ້ໄຟລ໌ແມ່ແບບ .pot/.ts ທີ່ທັນສະໄໝ

  5. ອັບເດດໄຟລ໌ພາສາ .po/.ts ທີ່ຕ້ອງການ ຈາກໄຟລ໌ແມ່ແບບ

  6. ແປຂໍ້ຄວາມທັງໝົດ

  7. Build ແລະ ຕິດຕັ້ງແອັບໃສ່ໃນອຸປະກອນຂອງທ່ານ ແລ້ວທົດສອບການແປ

  8. (ທາງເລືອກ) ເຮັດຊ້ຳຂັ້ນຕອນທີ 6 ແລະ 7 ຈົນກວ່າທ່ານຈະພໍໃຈກັບຜົນງານຂອງທ່ານ

  9. Push ໄຟລ໌ .po/.ts ທີ່ແປແລ້ວໄປຍັງບ່ອນເກັບຊອບແວທີ່ທ່ານ fork ມາ [ຫ້າມ commit ໄຟລ໌ແມ່ແບບ .pot/.ts]

  10. ເປີດ merge/pull request ຈາກ fork ຂອງທ່ານ ໄປຍັງບ່ອນເກັບຊອບແວຂອງແອັບ

ການສື່ສານຂອງທີມງານແປ

ທ່ານສາມາດສົນທະນາກັບຄົນອື່ນກ່ຽວກັບການແປ ໂດຍນຳໃຊ້ ໝວດໝູ່ເວທີສົນທະນາ ທີ່ UBports ຈັດກຽມໄວ້ໃຫ້ສຳລັບວຽກງານນີ້. ໃນການນຳໃຊ້, ທ່ານຕ້ອງລົງທະບຽນກ່ອນ, ຫຼື ເຂົ້າສູ່ລະບົບຖ້າທ່ານມີບັນຊີຢູ່ແລ້ວ.

ຂໍ້ກຳນົດພຽງຢ່າງດຽວແມ່ນໃຫ້ເລີ່ມຕົ້ນໂພສຂອງທ່ານ ໂດຍການລະບຸພາສາຂອງທ່ານໄວ້ໃນວົງເລັບ ໃນຊ່ອງ "Enter your topic title here". ຕົວຢ່າງ: [Lao] ວິທີການແປຂໍ້ຄວາມນີ້ແມ່ນແນວໃດ?

ໃນການມີສ່ວນຮ່ວມກັບທີມງານຂອງທ່ານ, ທ່ານຈະພົບເຫັນວິທີທີ່ດີທີ່ສຸດໃນການປະສານງານການແປຂອງທ່ານ.

ໃບອະນຸຍາດ (License)

ໂຄງການແປທັງໝົດ, ແລະ ທຸກໆການປະກອບສ່ວນຂອງທ່ານຕໍ່ໂຄງການນີ້, ແມ່ນຢູ່ພາຍໃຕ້ໃບອະນຸຍາດ Creative Commons Attribution-ShareAlike 4.0 International (CC BY-SA 4.0) ເຊິ່ງທ່ານຍອມຮັບຢ່າງຈະແຈ້ງໂດຍການປະກອບສ່ວນເຂົ້າໃນໂຄງການ.

ໃຫ້ໄປທີ່ລິ້ງນັ້ນ ເພື່ອຮຽນຮູ້ວ່າມັນໝາຍຄວາມວ່າແນວໃດແທ້.