AppArmor¶
ຫາກບໍ່ມີ AppArmor ຟີເຈີຫຼາຍຢ່າງຂອງອຸປະກອນຈະເຮັດວຽກບໍ່ຖືກຕ້ອງ ແລະ ແອັບສ່ວນຫຼາຍຈະຄ້າງ (crash) ເມື່ອເປີດໃຊ້ງານ. ສຳລັບຂໍ້ມູນເພີ່ມເຕີມກ່ຽວກັບ AppArmor ໃຫ້ອ້າງອີງເຖິງ Ubuntu Wiki.
AppArmor ຖືກເພີ່ມໂດຍການລວມໂຄ້ດທີ່ຈຳເປັນເຂົ້າໃນ kernel source tree ແລະ ການຕັ້ງຄ່າເຄີເນີນທີ່ຈຳເປັນ.
ໂດຍທົ່ວໄປແລ້ວ ພຽງແຕ່ເຮັດການ cherry pick ບາງ commit ລົງໃນ kernel source ກໍພໍແລ້ວ ແທນທີ່ຈະປ່ຽນແທນໄດເຣັກທໍຣີ apparmor ທັງໝົດໃນ kernel source tree. ໃຫ້ເຂົ້າໄປຕາມລິ້ງດ້ານລຸ່ມທີ່ກົງກັບເວີຊັນເຄີເນີນຂອງອຸປະກອນທ່ານ ແລ້ວເລືອກຊຸດ commit ຫຼ້າສຸດ (ໝາຍເຖິງ commit ທັງໝົດທີ່ຖືກເພີ່ມໃນວັນທີດຽວກັນ ແລະ ເປັນວັນທີຫຼ້າສຸດ):
Make sure your kernel defconfig has the setting:
CONFIG_DEFAULT_SECURITY="apparmor"
ຕອນນີ້ໃຫ້ສ້າງ (rebuild) ບູດອິມເມດໃໝ່ ແລ້ວແຟລດລົງໃນອຸປະກອນຂອງທ່ານ. ກວດເບິ່ງວ່າການສັ່ນຂອງຄີບອດເຮັດວຽກຫຼືບໍ່. ຫາກເຮັດວຽກ ກໍໝາຍຄວາມວ່າ AppArmor ຖືກນຳໃຊ້ສຳເລັດແລ້ວ. ນອກຈາກນັ້ນ ໃຫ້ກວດເບິ່ງວ່າແອັບຕ່າງໆເປີດໄດ້ຕາມປົກກະຕິຫຼືບໍ່.