ການລາຍງານບັກ (Bug reporting)¶
ໜ້ານີ້ປະກອບດ້ວຍຂໍ້ມູນການລາຍງານບັກຂອງ Ubuntu Touch. ແຕ່ບໍ່ລວມເຖິງການລາຍງານບັກໃນແອັບ ເຊິ່ງສ່ວນຫຼາຍຈະຕ້ອງໄປລາຍງານໃນ OpenStore ແທນ.
ອັບເດດ Ubuntu Touch ໃຫ້ເປັນເວີຊັນຫຼ້າສຸດ¶
ໃຫ້ໄປທີ່ (ຕັ້ງຄ່າ - ອັບເດດ) ເພື່ອໃຫ້ແນ່ໃຈວ່າອຸປະກອນຂອງທ່ານໄດ້ຮັບການອັບເດດຫຼ້າສຸດແລ້ວ. ຖ້າຍັງພົບບັກຢູ່ຫຼັງຈາກອັບເດດແລ້ວ ຈຶ່ງຄ່ອຍດຳເນີນການລາຍງານຕໍ່.
ກວດສອບວ່າບັກນັ້ນໄດ້ຮັບການລາຍງານແລ້ວຫຼືບໍ່¶
Open up the bug tracker for ubuntu-touch.
Note
Pinephone users should check for and report bugs here
ກ່ອນອື່ນ, ກວດສອບກ່ອນວ່າບັກທີ່ທ່ານພົບມີຄົນລາຍງານແລ້ວຫຼືບໍ່ ໂດຍການໃຊ້ຄຳຄົ້ນຫາສັ້ນໆ.
ຖ້າພົບວ່າບັກນັ້ນມີຄົນລາຍງານແລ້ວ, ໃຫ້ຄລິກປຸ່ມ "Add your Reaction" ແລ້ວເລືອກ +1 ເພື່ອສະແດງວ່າທ່ານກໍ່ພົບບັນຫານີ້ຄືກັນ.
ຖ້າລາຍງານນັ້ນຍັງຂາດຂໍ້ມູນບາງຢ່າງ, ທ່ານສາມາດເພີ່ມຂໍ້ມູນເຂົ້າໄປເພື່ອຊ່ວຍໃຫ້ນັກພັດທະນາແກ້ໄຂໄດ້ໄວຂຶ້ນ.
ລອງເຮັດໃຫ້ເກີດບັນຫາຄືນໃໝ່¶
Next, find out exactly how to recreate the bug that you've found. Document the exact steps that you took to find the problem in detail. Then, reboot your phone and perform those steps again. If the problem still occurs, continue on to the next step. If not...
ການສ້າງລາຍງານບັກ¶
ລາຍງານບັກຈະຕ້ອງຂຽນເປັນພາສາອັງກິດ.
First, pull up the bug tracker and click "New Issue". Log in to GitHub if you haven't yet.
ຕັ້ງຊື່ບັກໃຫ້ເຂົ້າໃຈງ່າຍ ສັ້ນໆປະມານ 4-8 ຄຳ.
ລາຍງານບັກທີ່ດີຄວນປະກອບດ້ວຍສິ່ງຕໍ່ໄປນີ້:
ເກີດຫຍັງຂຶ້ນ: ສະຫຼຸບພຶດຕິກຳທີ່ຜິດພາດ
ສິ່ງທີ່ຄາດຫວັງ: ສິ່ງທີ່ມັນຄວນຈະເປັນຖ້າບໍ່ມີຂໍ້ຜິດພາດ
ຂັ້ນຕອນການເຮັດໃຫ້ເກີດຊ້ຳ: ທີ່ທ່ານໄດ້ບັນທຶກໄວ້ກ່ອນໜ້ານີ້
ເວີຊັນຊອບແວ: ຂໍ້ມູນຈາກໜ້າ (ຕັ້ງຄ່າ - ກ່ຽວກັບ) ໃນແຖວ "OS" ແລະ ຊ່ອງທາງການຕິດຕັ້ງ (release channel).
ເມື່ອຂຽນແລ້ວໃຫ້ໂພສລາຍງານ ແລະ ຢ່າລືມລະບຸຊື່ອຸປະກອນຂອງທ່ານນຳ.
ນັກພັດທະນາ ຫຼື ທີມ QA ຈະກວດສອບບັກຂອງທ່ານ. ຖ້າຂໍ້ມູນບໍ່ຄົບຖ້ວນ ພວກເຂົາອາດຈະຖາມຂໍ້ມູນເພີ່ມເຕີມ.
ການເກັບ Logs¶
logs ແມ່ນໄຟລ໌ທີ່ບັນທຶກຂໍ້ຄວາມການດີບັກທີ່ສຳຄັນ. ພາກນີ້ຈະຊ່ວຍໃຫ້ທ່ານດຶງຂໍ້ມູນ logs ຈາກອຸປະກອນ.
Warning
ໝາຍເຫດ: ໄຟລ໌ Log ອາດມີຂໍ້ມູນສ່ວນຕົວ. ກະລຸນາກວດສອບກ່ອນທີ່ຈະໂພສ.
To get ready, download the Logviewer app from the OpenStore. This app will help us find, view, and send the logs we need.
ໃນແອັບ Logviewer, ທ່ານສາມາດເລືອກເບິ່ງ log ຂອງແອັບຕ່າງໆ ແລະ ສົ່ງໃຫ້ທີມງານໄດ້.
ຖ້າບໍ່ພົບ log ທີ່ຕ້ອງການ, ໃຫ້ແຈ້ງຜູ້ທີ່ຂໍ log ຈາກທ່ານ ເພື່ອຫາວິທີອື່ນ.