ການກະທຳດ່ວນ¶
ການກະທຳທີ່ໃຊ້ເລື້ອຍທີ່ສຸດສຳລັບແອັບ, ອັນທີ່ຕ້ອງການເຂົ້າເຖິງຢ່າງໄວວາ ອາດຈະຖືກເພີ່ມເປັນການກະທຳ ຂອບລຸ່ມ (bottom edge), ເຊິ່ງເຂົ້າເຖິງໄດ້ດ້ວຍການປັດຈາກນອກໜ້າຈໍຂຶ້ນເທິງ.
ທ່ານສາມາດເພີ່ມຜູ້ຕິດຕໍ່ໃໝ່ໃນແອັບຜູ້ຕິດຕໍ່ ໄດ້ໂດຍການປັດຂຶ້ນ:
ຄຳໃບ້ (Hint)¶
ຄຳໃບ້ ຖືກໃຊ້ເພື່ອໃຫ້ຜູ້ໃຊ້ຮູ້ວ່າມີບາງສິ່ງທີ່ໜ້າລອງຢູ່ທາງລຸ່ມຂອງໜ້າຈໍ.
ຫຼັງຈາກເປີດແອັບ, ຄຳໃບ້ທີ່ມີຂໍ້ຄວາມ ແລະ/ຫຼື ໄອຄອນ ຈະຖືກສະແດງ:
ຫຼັງຈາກຜ່ານໄປສອງສາມວິນາທີ ມັນຈະເຊື່ອງໄປ ແລະ ໄອຄອນລອຍຕົວຈະປະກົດຂຶ້ນ