ແພລັດຟອມ

ນີ້ແມ່ນຫົວຂໍ້ຫຼັກຂອງແພລັດຟອມ Ubuntu Touch ເມື່ອທ່ານຕ້ອງການຂະຫຍາຍແອັບຂອງທ່ານດ້ວຍລະບົບນິເວດຂອງ Ubuntu Touch:

ສູນລວມເນື້ອຫາ (Content Hub)

ແຕ່ລະແອັບພລິເຄຊັນສາມາດເປີດເຜີຍເນື້ອຫາຢູ່ນອກ sandbox ຂອງມັນໄດ້, ເພື່ອໃຫ້ຜູ້ໃຊ້ສາມາດຄວບຄຸມສິ່ງທີ່ຈະນຳເຂົ້າ, ສົ່ງອອກ ຫຼື ແບ່ງປັນກັບແອັບອື່ນໆໄດ້ຢ່າງຊັດເຈນ.

ການແຈ້ງເຕືອນແບບ Push

ໂດຍການໃຊ້ push server ແລະ companion client, ທ່ານສາມາດສົ່ງຂໍ້ມູນຫຼ້າສຸດຈາກເຄືອຂ່າຍ ແລະ ແອັບໃຫ້ຜູ້ໃຊ້ໄດ້ທັນທີ.

ຕົວຈັດການ URL (URL dispatcher)

ຊ່ວຍໃຫ້ຜູ້ໃຊ້ສາມາດທ່ອງໄປມາລະຫວ່າງແອັບຂອງທ່ານໄດ້ດ້ວຍ URL dispatcher.

ບັນຊີອອນລາຍ

ເຮັດໃຫ້ການເຂົ້າເຖິງບໍລິການອອນລາຍງ່າຍຂຶ້ນໂດຍການເຊື່ອມຕໍ່ກັບ API ບັນຊີອອນລາຍ. ບັນຊີທີ່ຜູ້ໃຊ້ເພີ່ມເຂົ້າໃນອຸປະກອນຈະຖືກລົງທະບຽນໄວ້ໃນສູນກາງ ເພື່ອໃຫ້ແອັບອື່ນໆສາມາດນຳມາໃຊ້ໃໝ່ໄດ້.

ອ່ານເອກະສານ

ການເຮັດແພັກເກັດແອັບຂອງທ່ານ

ຢູ່ນີ້ທ່ານຈະໄດ້ຮັບຂໍ້ມູນກ່ຽວກັບຮູບແບບການຈຳກັດສິດ ແລະ ລະບົບການເຮັດແພັກເກັດ: