ການບູດ (Booting)

ໃນພາກກ່ອນໜ້ານີ້ ທ່ານໄດ້ສຳເລັດການສ້າງ ແລະ ຕິດຕັ້ງ Ubuntu Touch ໃນອຸປະກອນຂອງທ່ານ. ຂັ້ນຕອນຕໍ່ໄປແມ່ນການເປີດອຸປະກອນ, ເຂົ້າເຖິງໄລຍະໄກ ແລະ ແກ້ໄຂບັນຫາຕາມຄວາມຈຳເປັນ.

ການບູດທີ່ປະສົບຜົນສຳເລັດແມ່ນຫຍັງ?

ເມື່ອທ່ານເປີດ build ຂອງທ່ານເປັນຄັ້ງທຳອິດ ປົກກະຕິແລ້ວທ່ານຈະບໍ່ເຫັນຫຍັງຢູ່ໜ້າຈໍ. ນີ້ບໍ່ຈຳເປັນຕ້ອງໝາຍຄວາມວ່າເກີດຄວາມຜິດພາດ. ລະບົບຂອງທ່ານອາດຈະບູດສຳເລັດແລ້ວ ແລະ ສາມາດຢືນຢັນໄດ້ໂດຍການເຂົ້າເຖິງໄລຍະໄກ.

ຖ້າລະບົບຂອງທ່ານບູດສຳເລັດ, ທ່ານຈະສາມາດເຊື່ອມຕໍ່ກັບອຸປະກອນຂອງທ່ານຈາກຄອມພິວເຕີ host ຂອງທ່ານໂດຍໃຊ້ ssh ແລະ ສືບຕໍ່ການແກ້ໄຂບັນຫາ ແລະ ການຕັ້ງຄ່າຈາກທີ່ນັ້ນ.

ຖ້າມີບາງຢ່າງຜິດພາດ, ປົກກະຕິແລ້ວທ່ານຄວນຈະໄດ້ຮັບການເຊື່ອມຕໍ່ telnet ເຊິ່ງທ່ານສາມາດດຳເນີນການແກ້ໄຂບັນຫາໄດ້. ຖ້າທ່ານບໍ່ໄດ້ຮັບທັງສອງຢ່າງນີ້, ບັນຫາອາດຈະຍາກທີ່ຈະກຳນົດ. ຖ້າທ່ານຕິດຂັດ ຢ່າລັງເລທີ່ຈະຂໍຄວາມຊ່ວຍເຫຼືອ.

ການເຂົ້າເຖິງໄລຍະໄກ

ເມື່ອອຸປະກອນຂອງທ່ານບູດ ມັນອາດຈະຄ້າງຢູ່ໜ້າຈໍ bootloader. ແນວໃດກໍ່ຕາມ, ທ່ານຄວນຈະໄດ້ຮັບການເຊື່ອມຕໍ່ເຄືອຂ່າຍໃໝ່ໃນຄອມພິວເຕີທີ່ທ່ານສຽບສາຍຢູ່. ເພື່ອກວດສອບວ່າເປັນກໍລະນີນີ້ຫຼືບໍ່, ແລະ ປະເພດຂອງການເຊື່ອມຕໍ່ທີ່ທ່ານໄດ້ຮັບ, ໃຫ້ດຳເນີນການຕາມຄຳອະທິບາຍດ້ານລຸ່ມ.

ການເຊື່ອມຕໍ່ ssh

ເພື່ອຢືນຢັນວ່າອຸປະກອນຂອງທ່ານບູດຖືກຕ້ອງ, ໃນຄອມພິວເຕີ host ຂອງທ່ານ, ໃຫ້ run ຄຳສັ່ງ dmesg -w ແລະ ເບິ່ງຫາ “GNU/Linux device” ໃນຜົນລັພ. ນີ້ຢືນຢັນວ່າທ່ານສາມາດສ້າງການເຊື່ອມຕໍ່ ssh ໄປຫາອຸປະກອນໄດ້ (ເບິ່ງດ້ານລຸ່ມ). ຖ້າທ່ານໄດ້ຮັບບາງຢ່າງທີ່ຄ້າຍຄືກັບ “Halium initrd Failed to boot” ແທນ, ໃຫ້ຂ້າມໄປທີ່ ການເຊື່ອມຕໍ່ telnet.

ສ້າງການເຊື່ອມຕໍ່ ssh ໄປຫາອຸປະກອນຂອງທ່ານດັ່ງນີ້:

Your computer should now have a newly connected RNDIS interface. Check the output of ip link show for the device name. The device name will most likely resemble enp0s29u1u1. Assign this device a fake MAC address (if the default one is all 00s) and an IP of 10.15.19.100:

ip link set <devicename> address 02:11:22:33:44:55
ip address add 10.15.19.100/24 dev <devicename>
ip link set <devicename> up

Once finished, you should be able to login with the following:

ssh phablet@10.15.19.82

ລະຫັດຜ່ານຈະເປັນອັນທີ່ທ່ານຕັ້ງໄວ້ຕອນທີ່ທ່ານ run ສະຄຣິບ halium-install.

ການເຊື່ອມຕໍ່ telnet

If you have been offered a telnet connection the rootfs and system image have likely not been found and mounted at boot time. This may indicate that one or more partitions have not been mounted as they should. Connect to your device with the following command:

telnet 192.168.2.15

ຈາກຈຸດນີ້ທ່ານສາມາດເລີ່ມແກ້ໄຂບັນຫາເພື່ອຊອກຫາວ່າເກີດຫຍັງຂຶ້ນ. ກະລຸນາ ຂໍຄວາມຊ່ວຍເຫຼືອ ເພື່ອຊອກຫາວິທີດຳເນີນການຕໍ່.