ບົດນຳ

ເປົ້າໝາຍຂອງພວກເຮົາແມ່ນເພື່ອສ້າງລະບົບປະຕິບັດການມືຖືແບບເສລີທີ່ເປັນ copyleft. ເປັນລະບົບທີ່ທ່ານສາມາດນຳໃຊ້, ສຶກສາ, ປ່ຽນແປງ ແລະ ແບ່ງປັນ; ໃຫ້ກັບທຸກຄົນໄດ້.

ກ່ຽວກັບ UBports

ໂຄງການນີ້ກໍ່ຕັ້ງຂຶ້ນໂດຍ Marius Gripsgard ໃນປີ 2015 ແລະ ໃນໄລຍະເລີ່ມຕົ້ນ ມັນເປັນບ່ອນທີ່ນັກພັດທະນາສາມາດແບ່ງປັນແນວຄວາມຄິດ ແລະ ໃຫ້ຄວາມຮູ້ເຊິ່ງກັນແລະກັນ ດ້ວຍຄວາມຫວັງທີ່ຈະນຳເອົາແພລັດຟອມ Ubuntu Touch ໄປສູ່ອຸປະກອນມືຖືໃຫ້ຫຼາຍຂຶ້ນ.

ຫຼັງຈາກ Canonical ໄດ້ປະກາດ ແຜນການຍຸຕິການສະໜັບສະໜູນ Ubuntu Touch ຢ່າງກະທັນຫັນໃນເດືອນເມສາ ປີ 2017, UBports ແລະ ໂຄງການເຄືອຂ່າຍກໍໄດ້ເລີ່ມເຮັດວຽກກັບຊອດໂຄ້ດ (source code); ເພື່ອບຳລຸງຮັກສາ ແລະ ຂະຫຍາຍຄວາມເປັນໄປໄດ້ຂອງມັນສຳລັບອະນາຄົດ. ປະຈຸບັນ, UBports ແມ່ນກຸ່ມອາສາສະໝັກ ທີ່ໄດ້ຮັບການຈົດທະບຽນຢ່າງເປັນທາງການໃນນາມມູນນິທິການກຸສົນ.

ກ່ຽວກັບເອກະສານ

ການປ່ຽນແປງເອກະສານແມ່ນເຮັດໂດຍຊຸມຊົນ UBports. ມັນຖືກຂຽນຂຶ້ນດ້ວຍ reStructuredText ແລະ ປ່ຽນເປັນຮູບແບບທີ່ອ່ານໄດ້ນີ້ໂດຍ Sphinx, recommonmark, ແລະ Read the Docs. ເລີ່ມຕົ້ນການປະກອບສ່ວນໂດຍການເບິ່ງທີ່ ເອກະສານການປະກອບສ່ວນເອກະສານ.

ເອກະສານທັງໝົດໄດ້ຮັບອະນຸຍາດພາຍໃຕ້ Creative Commons Attribution ShareAlike 4.0 (CC-BY-SA 4.0). ກະລຸນາລະບຸແຫຼ່ງທີ່ມາໃຫ້ກັບ "The UBports Community".

ການລະບຸແຫຼ່ງທີ່ມາ

ເອກະສານນີ້ໄດ້ຮັບການອອກແບບຕາມ ເອກະສານຂອງ Godot Engine ເປັນສ່ວນໃຫຍ່, ໂດຍ Juan Linietsky, Ariel Manzur ແລະ ຊຸມຊົນ Godot.