ການປັບຂະໜາດຮູບພາບ

ການປັບຂະໜາດຮູບພາບແມ່ນສຳຄັນໃນແອັບແບບ convergent. ໄອຄອນແອັບ ແລະ ຮູບພາບສາມາດສ້າງໃນຮູບແບບທີ່ປັບຂະໜາດໄດ້ ເພື່ອປັບປຸງຄວາມສາມາດໃນການຂະຫຍາຍຂອງພວກມັນ.

../../_images/53.png

ໜຶ່ງໃນຮູບແບບທີ່ປັບຂະໜາດໄດ້ທີ່ນິຍົມທີ່ສຸດແມ່ນ SVG. ໄຟລ໌ SVG ສາມາດສ້າງໄດ້ໂດຍໃຊ້ຊອບແວເຊັ່ນ Inkscape.

ຢ່າງໃດກໍ່ຕາມ, ຈຸດພິເສດໜຶ່ງຂອງ qml ແມ່ນວ່າ SVGs ຖືກສະແດງຜົນ (render) ເພື່ອໃຊ້ໜ່ວຍຄວາມຈຳໜ້ອຍລົງ, ເຮັດໃຫ້ເສຍປະໂຫຍດຂອງການປັບຂະໜາດ. ເມື່ອໃຊ້ໄຟລ໌ SVG ໃນອົງປະກອບ Image ພວກເຮົາສາມາດໃຊ້ຄຸນສົມບັດທີ່ເອີ້ນວ່າ sourceSize. ສິ່ງນີ້ຈະກຳນົດຂະໜາດການສະແດງຜົນຂອງຮູບພາບ SVG. ຮູບພາບ SVG ທີ່ມີຄວາມກວ້າງ ແລະ ຄວາມສູງ sourceSize 252 ພິກເຊວ, ຈະຖືກສະແດງຜົນຄືກັບວ່າຮູບພາບທີ່ປັບຂະໜາດໄດ້ນັ້ນເປັນ png ຂະໜາດ 252 ຕໍ່ 252 ພິກເຊວ.

../../_images/icon-sizes.png

ຂະໜາດການສະແດງຜົນທີ່ແຕກຕ່າງກັນຂອງຮູບພາບ svg ດຽວກັນ

ບໍ່ແນະນຳໃຫ້ກຳນົດ sourceSize ເປັນຂະໜາດສຳພັດ (relative size) ເພື່ອຫຼີກເວັ້ນບັນຫາປະສິດທິພາບ. ວິທີປະຕິບັດທີ່ດີແມ່ນການກຳນົດ sourceSize ໂດຍອີງໃສ່ລາຍການເກນທີ່ກຳນົດໄວ້. ໃນຕົວຢ່າງຂ້າງລຸ່ມນີ້ image.svg ຈະຖືກສະແດງຜົນ 60 ຕໍ່ 60 grid units ຖ້າໜ້າຈໍຫຼັກໃຫຍ່ກວ່າ 70 grid units ແຕ່ຈະເປັນຮູບພາບຂະໜາດ 40 ຕໍ່ 40 grid units ໃນກໍລະນີອື່ນໆ. ໂດຍການກຳນົດເກນເຫຼົ່ານີ້, ພວກເຮົາຈະໄດ້ຮູບພາບທີ່ປັບຂະໜາດໄດ້ໂດຍບໍ່ເສຍປະສິດທິພາບຫຼາຍ.

Image {
  source: "image.svg"
  sourceSize.width: mainView.width > units.gu(70) ? units.gu(60) : units.gu(40)
  sourceSize.height: sourceSize.width
}

ອ່ານເພີ່ມເຕີມກ່ຽັບປະສິດທິພາບຂອງຮູບພາບໃນ Qt wiki.