ການຕິດຕັ້ງເຄີເນີນ

ເມື່ອ build ເຄີເນີນສຳເລັດແລ້ວ ທ່ານຈະຕ້ອງ build rootfs ຕໍ່. ໃຫ້ຣັນຄຳສັ່ງນີ້:

./build/prepare-fake-ota.sh out/device_<codename_ຂອງອຸປະກອນທ່ານ>_usrmerge.tar.xz ota ນີ້ຈະດາວໂຫຼດ rootfs, ແຍກໄຟລ໌ (extract) ແລະ ບີບອັດເປັນ tarballs ເພື່ອໃຫ້ສະຄຣິບສຸດທ້າຍຂອງພວກເຮົາສ້າງເປັນແຟລດອິມເມດ (flashable images).

ຕໍ່ໄປໃຫ້ຣັນ:

./build/system-image-from-ota.sh ota/ubuntu_command images ນີ້ຈະປ່ຽນ tarballs ໃຫ້ເປັນແຟລດອິມເມດ ແລະ ໄຟລ໌ອິມເມດຂອງທ່ານຈະຖືກເກັບໄວ້ໃນໄດເຣັກທໍຣີ images/. ຈຳນວນໄຟລ໌ຈະຂຶ້ນກັບການຕັ້ງຄ່າ deviceinfo ຂອງທ່ານ ແຕ່ໂຄງສ້າງໄຟລ໌ພື້ນຖານຈະເປັນດັ່ງນີ້:

images/
├── boot.img
├── rootfs.img
└── system.img

boot.img ຈະຖືກແຟລດລົງໃນ boot partition ຂອງໂທລະສັບ. system.img ແລະ rootfs.img ສາມາດໃຊ້ແທນກັນໄດ້. rootfs.img ຈະຖືກສົ່ງໄປທີ່ data partition ເປັນ ubuntu.img ຫາກທ່ານບໍ່ໄດ້ລວມ systempart ໄວ້ໃນ cmdline ຂອງ deviceinfo. ແຕ່ຫາກລວມໄວ້ system.img ຈະຖືກແຟລດລົງໃນ system partition ຂອງທ່ານ.

info:

Ensure that the rootfs image file is named `ubuntu.img`, if you do not use system-as-root.
The device will not boot correctly if it is `rootfs.img`, as certain partitions will not be mounted correctly.

ບັນທຶກ

ສຳລັບຄຳສັ່ງທີ່ກ່ຽວກັບເຄີເນີນຫຼາຍຄຳສັ່ງ ທ່ານຈະຕ້ອງມີຄ່າຂອງຕົວປ່ຽນ ARCH ເຊິ່ງອາດຈະເປັນ arm ຫຼື arm64 ຂຶ້ນກັບວ່າທ່ານພົບ defconfig ຂອງທ່ານຢູ່ໃສ. ນີ້ແມ່ນສິ່ງທີ່ຄວນຈື່ໄວ້ສຳລັບການແພັດເຄີເນີນ (kernel patches).